TOC

This article is currently in the process of being translated into Lao (~98% done).

Getting started:

Introduction

ຍິນດີຕ້ອນຮັບສູ່ບົດສອນ C#. ພາຍຫລັງທີ່ມີການແນະນໍາ .Net Framework, Microsoft ໄດ້ບັນຈຸພາສາໃໝ່ທີ່ເອີ້ນວ່າ C# (ອ່ານອອກສຽງ C Sharp). C# ທືກອອກແບບມາເພື່ອໃຫ້ມີຄວາມງາຍ, ທັນສະໄໝ, ເພື່ອຈຸດປະສົງທົ່ວໄປ, ເປັນພາສາໂປຣແກມທີ່ເນັ້ນຮູບປະທຳ, ແລະໄດ້ຢືມຫລັກການສຳຄັນຕ່າງໆຈາກຫລາຍພາສາ, ເປັນຕົ້ນແມ່ນຈາກພາສາ Java.

ໃນທາງທິດສະດີແລ້ວພາສາ C# ແມ່ນສາມາດ Compile ເປັນພາສາເຄື່ອງໄດ້, ແຕ່ໃນຈິງແມ່ນຕ້ອງໃຊ້ຮ່ວມກັບ .Net Framework. ເພາະສະນັ້ນ, ລາຍການຕ່າງໆທີ່ຂຽນໂດຍ C# ແມ່ນຮຽກຮ້ອງໃຫ້ມີການຕິດຕັ້ງ .Net Framework ລົງໃສ່ເຄື່ອງທີ່ຈະແລນລາຍການນັ້ນໆ. ບາງຄັ້ງ C# ກໍ່ທຶກ່າວຂານວ່າເປັນ ພາສາTHE.NET, ຊື່ງອາດເປັນເພາະທັງສອງທືກອອກແບບມາພ້ອມກັນ.

C# ເປັນພາສາ Object Oriented ແລະບໍ່ມີ Global Variables ຫລື ຟັງຊັນ ຕ່າງໆ. ທຸກຢ່າງທືກໂຮມເຂົ້າໃນຊັ້ນຕ່າງໆ (classes), ເຊັ່ນວ່າ int ແລະ string ທີ່ສຶບທອດມາຈາກ System.Object class.

ໃນບົດຮຽນຕໍ່ໄປ ທ່ານຈະໄດ້ຮັບການແນະນຳສູ່ຫົວຂໍ້ທີ່ສຳຄັນກ່ຽວກັບ C#.